ວັດທະນະທຳລາວ





















ຄົນລາວເຮົາເຄີຍເປັນຄົນອ່ອນນ້ອມຖ່ອມຕົວ, ເປັນຄົນອ່ອນໂຍນ ແຕ່ບໍ່ອ່ອນແອ, ມີຄວາມແຂງແຮງ ແຕ່ບໍ່ແຂງກະດ້າງ,​ ທໍາຕົນເປັນຄົນເຮັດຫຍັງເຮັດໄດ້ເວົ້າຫຍັງເວົ້າໄດ້ ເໝືອນດັ່ງຄໍາທີ່ພວກເຮົາເຄີຍເວົ້າກັນເລື້ອຍໆວ່າ: ຕີຫຼົບທົບໄດ້”.
 ເວົ້າເລື່ອງການສະແດງມາລະຍາດອອກໃນສັງຄົມນັ້ນ ຄົນລາວເຮົາແຕ່ກ່ອນກໍຄືໃນປັດຈຸບັນນັບວ່າໄດ້ເປັນເຊື້ອຊາດທີ່ມີມາລະຍາດອັນດີງາມເຊັ່ນ:
ການເຄົາລົບນົບໄຫວ້, ການປະຕິສັນຖານຕ້ອນຮັບແຂກ ຄົນລາວກໍມີວາດມີຊົງອັນດີ, ມີເອກະລັກເປັນຂອງຕົນເອງ,
ຮັບແຂກຕົນເອງດ້ວຍພາສາວາຈາທີ່ນິ້ມນວນອ່ອນຫວານເປັນຕົ້ນ
 ການຖາມຂ່າວເຖິງສຸຂະພາບວ່າຢູ່ດີມີແຮງບໍ?, ພີ່ນ້ອງຂອງເຮົາຢູ່ດີມີແຮງບໍ?, ກິນເຂົ້າແລ້ວບໍ?,ປັດຈຸບັນເພິ່ນໃຊ້ຄໍາວ່າ: ສະບາຍດີຫຼືສະບາຍດີບໍ?”. ການກ່າວຖາມຄໍາວ່າ:​ກິນເຂົ້າແລ້ວບໍ? ໃນສະໄໝບູຮານນັ້ນ, ຖ້າແຂກຂອງຕົນເອງຕອບວ່າ: ຍັງ ຫຼືວ່າ ຍັງບໍ່ທັນກິນເຈົ້າຂອງເຮືອນກໍຮີບຟ້າວຫ້າງຫາກະກຽມອາຫານການກິນເທົ່າທີ່ມີມາສູ່ແຂກຂອງຕົນ
ໃຫ້ໄດ້ກິນກ່ອນອື່ນໝົດກໍແມ່ນເຂົ້າປາຢາສູບ ຫຼື ບໍ່ກໍແມ່ນຂອງກິນເຄື່ອງດື່ມອັນໃດອັນໜຶ່ງ,
ສ່ວນຜູູ້ເປັນແຂກກໍສະແດງຄວາມປິຕິຊົມຊື່ນຕໍ່ການຕ້ອນຮັບທີ່ດີນັ້ນ ດ້ວຍໃບໜ້າຍິ້ມແຍ້ມແຈ່ມໃສ.ຜູ້ເຖົ້າຜູ້ແກ່ເຄີຍເລົ່າໃຫ້ລູກໆຫຼານໆຟັງເລື້ອຍໆວ່າ:
ຄົນລາວເຮົາໃນສະໄໝກ່ອນເດີນທາງໄປຂຶ້ນເໜືອລ່ອງໃຕ້ບໍ່ເຄີຍໄດ້ຖືເຂົ້າຖົງໄປນໍາ ໄປບ້ານໃດກິນບ້ານນັ້ນ, ພຽງແຕ່ແຈ້ງຄໍາປະສົງໃຫ້ເຈົ້າບ້ານນັ້ນຮູ້ວ່າຕົນມາເປັນແຂກ ກໍຈະໄດ້ຖືກຕ້ອນຮັບດ້ວຍອາຫານການກິນ
ຕະຫຼອດຮອດຜ້າຜ່ອນທ່ອນສະໃບສໍາລັບນອນພັກແຮມຄືນທີ່ບ້ານນັ້ນຢ່າງສະບາຍ.
ດັ່ງນັ້ນ, ແຕ່ກ່ອນຢູ່ໃນແຕ່ລະບ້ານເພິ່ນໄດ້ປຸກສາລາກາງບ້ານຫຼືສາລາແຄມທ່າ
ເພື່ອໄວ້ຕ້ອນຮັບແຂກຂອງຕົນຈຶ່ງເຮັດໃຫ້ມີຄໍາສອນເຫຼືອໄວ້ຮອດທຸກມື້ນີ້ວ່າ:
,,ລູກຫຼານເອີຍ ການຂຸດນໍ້າບໍ່ກໍ່ສາລາ ຍໍຂາຜູ້ເຖົ້າບຸຸຸນໄດ້ທໍ່ກັນ,,. ນັ້ນກໍໝາຍເຖິງການສະແດງອອກເຖິງຄວາມເສຍສະຫຼະຜົນປະໂຫຍດຂອງຕົນ
ເພື່ອປະໂຫຍດສ່ວນລວມ. ແຕ່ມາຮອດປັດຈຸຸບັນນີ້ ຍັງມີຄົນຈໍານວນໜຶ່ງຍັງບໍ່ທັນເຂົ້າໃຈແຈ້ງໝາຍຂອງຄໍາສັ່ງສອນນັ້ນ, ຈຶ່ງມີຄໍາຖາມແບບຫຼີ້ນໆວ່າ: ຈໍາເປັນບໍຈຶ່ງຂຸດນໍ້າບໍ່ເມື່ອມີນໍ້າປາປາແລ້ວຈໍາເປັນບໍຈະກໍ່ສ້າງສາລາເມື່ຶອມີໂຮງແຮມແລ້ວ?
 ການຍົກຂາຜູ້ເຖົ້ານັ້ນຍົກເຮັດຫຍັງ?ຍົກແນວໃດ?,, . ຄໍາຖາມເຫຼົ່ານັ້ນ, ບໍ່ພຽງແຕ່ຍ້ອນບໍ່ເຂົ້າໃຈເທົ່ານັ້ນ,ແຕ່ມັນຍັງເປັນຄໍາຖາມ
ເພື່ອສ້າງຄວາມລືມເລືອນຈາກຄໍາສັ່ງສອນອັນມີຄຸຸຸຸຸຸນຄ່າ ແລະ ແສນປະເສີດຂອງບັນພະບູລຸດຂອງເຮົາທີ່ມີມາແຕ່ບູຮານນະການ.
 ຄົນສະໄໝກ່ອນສອນລູກຫຼານເພິ່ນໃຫ້ມີຄວາມປອງດອງສາມັກຄີກັນ,
ໃຫ້ຮູ້ຈັກເອົາຫົວໃຈຫຼາຍດວງໂຮມເຂົ້າເປັນດວງດຽວກັນ,​ ສ້າງຄວາມສາມັກຄີເຮັດຄຸນງາມຄວາມດີເພື່ອເອົາບຸນຄືຜົນໄດ້ຮັບ ແລະ ຕອບແທນຈາກການເຮັດຄວາມດີໃນສິ່ງນັ້ນໆໃຫ້ແກ່ຕົນເອງ,ສິ່ງເຫຼົ່ານັ້ນ ກໍລ້ວນແຕ່ແມ່ນມາລະຍາດທາງສັງຄົມທີ່ມີຄວາມເປັນເອກະລັກຂອງຄົນລາວເຮົາ
ຕັ້ງແຕ່ບູຮານນະການຈົນມາຮອດພວກເຮົາໃນປັດຈຸບັນ.

No comments:

Post a Comment