Thursday, January 19, 2017

ພຸດທະສາສະໜາ

 

ພຸດທະປະຫວັດ( ຫຍໍ້ )

ພຸດທະປະຫວັດ( ຫຍໍ້ )
   

  ພະພຸດທະເຈົ້າມີນາມຊື່:ສິດທັດຖະເປັນຄົນຊາດອະລິຍະກະແປວ່າຊາດທີ່ມີຄວາມຈະເລີນໃນປະເທດອິນ ເດຍ(ປັດຈຸບັນແມ່ນປະເທດເນປານ).ພະບິດາຊື່ ພະເຈົ້າສຸດໂທທະນະເປັນກະສັດສາຍະວົງຊົງປົກຄອງເມືອງກະບິນລະພັດ.
ພະມານດາຊື່ພະນາງເຈົ້າສີລິມະຫາມາຍາເປັນນາງກະສັດແຫ່ງໂກລິຍະວົງ ພະບິດາຂອງພະ ນາງ ເປັນກະສັດປົກຄອງ ເມືອງເທວະທະຫະ,ພະພຸດທະເຈົ້າ ປະສູດທີ່ສວນລຸມພີນີວັນ ເມື່ອວັນສຸກ ຂື້ນ 15 ຄໍ່າ ເດືອນ 6 ປີຈໍ ພໍເກີດໄດ້ 5 ວັນ ພະບິດາທຳພິທີຕັ້ງຊື່ວ່າ ສິດທັດຖະ” ມີອາຍຸໄດ້ 7 ວັນ ພະມານດາກໍ່ສິ້ນພະ ຊົນ. ອາຍຸໄດ້ 16 ປີ ສະເຫວີຍ ລາຊະສົມບັດ ພ້ອມໄດ້ອະພິເສດສົມລົດກັບ ພະນາງຍະໂສທະລາ ຫຼື ພິມພາ ເມື່ອມີອາຍຸໄດ້ 29 ປີ ກໍ່ໄດ້ມີພະໂອລົດອົງໜຶ່ງພະນາມວ່າ:ລາຫຸນອາຍຸໄດ້ 29 ປີ ສະເດັດອອກບວດ. ເມື່ອ ວັນອາທິດ ຂື້ນ15 ຄໍ່າ ເດືອນ 8 ປີເຖາະ ແລ້ວໄດ້ຊົງບຳເພັນຢູ່ 6 ປີຈື່ງໄດ້ຕັດສະຮູ້ ເຊີ່ງມີອາຍຸໄດ້ 35 ປີ ໄດ້ ຕັດສະຮູ້ເປັນ ພະພຸດທະເຈົ້າ ເມື່ອວັນທິດ ຂື້ນ 15 ຄໍ່າ ເດືອນ 6 ປີລະກາ ເມື່ອພະອົງໄດ້ຕັດສະຮູ້ເປັນ ພະພຸດ ທະເຈົ້າ ແລ້ວໄດ້້້ຊົງບຳເພັນ ພຸດທະກິດ ຄືການສະເດັດທ່ຽວຈາລຶກປະກາດ ພະສາສະໜາ ສັ່ງສອນປະຊາຊົນຢູ່ 45 ພັນສາ. ອາຍຸ 80 ປີ ຈຶ່ງໄດ້ສະເດັດດັບຂັນທະປະລິບນິພານ ທີ່ກຸສິນລາ ເມື່ອວັນ ອັງຄານ ຂື້ນ 15 ຄໍ່າ ເດືອນ 6 ປີມະເສັງ.
   ການຕັ້ງ ພຸດທະສັກກະລາ (ພສ) ກໍ່ໄດ້ເລີ່ມຂື້ນ ເມື່ອພະພຸດທະເຈົ້າປະລິບນິພານ ຄືລ່ວງພາແລ້ວຄົບໜຶ່ງ ປີຈື່ງນັບເປັນ ພ ສ 1

ຂ່າວສານ

ຂ່າວບູນ




 


             ເລີ່ມແຕ່ວັນທີ 1-11 / 1/ 2017 ທາງນັກສຶກສາວິທະຍາໄລສົງອົງຕື້ ໄດ້ມີກິດຈະກຳລົງປະຕິບັດຄອງວິປັດສະນາກຳມະຖານ
ຂອງນັກສຶກສາພຣະສົງປີທີ 3. ຖ້າຫາກວ່າ ຍາດໂຍມ ຫຼື ພຸດທະບໍລິສັດໃດມີກຳລັງສັດທາຢາກໄປອຸປະຖຳ ຄ້ຳຊູຈັງຫັນ ແລະ ເພນກໍ່ຂໍເຊີນໄປອຸປະຖຳ ຄ້ຳຕາມວັນເວລາດັ່ງກ່າວ.
     ດັ່ງນັ້ນ, ຈິ່ງແຈ້ງຂ່າວບຸນນີ້ມາຍັງບັນດາທ່ານພຸດທະບໍລິສັດຜູ້ໃຈບຸນທັງຫຼາຍທັງຫຼາຍເພື່ອຊາບ.
   ບູນໃດປະເສີດ, ພອນໃດເລີດລ້ຳຈົ່ງເກີດມີແກ່ພຸດທະບໍລິສັດຜູ້ໃຈບູນທັງຫຼາຍດ້ອຍເທີ້ນ. ອາຍຸ ວັນໂນ ສຸຂັງພະລັງ.

ຮູບພາບ








ວີດີໂອ

 
ປະເພນີການແຕ່ງງານຂອຄົນລາວ