Monday, January 16, 2017

ວັດທະນະທຳລາວ

 

 ຮີດ 12 ​ແລະ ຄອງ 14

 
 
“ຮີດ” ​ແລະ“ຄອງ” ມີ​ຄວາມ​ໝາຍ​ໃກ້​ຄຽງ​ກັນ ​ແຕ່​ບໍ່​ແມ່ນ​ອັນ​ດຽວ​ກັນ.
ຄຳ​ວ່າ “ຮີດ” ​ແມ່ນ​ໝາຍ​ເຖິງ​ສິ່ງ​ທີ່​ໄດ້​ປະພຶດ​ປະຕິບັດ​ກັນ​ມາ​ເປັນ​ເວລາ​ດົນ​ນານ,
ສ່ວນ​ຄຳ​ວ່າ “ຄອງ” ໝາຍ​ເຖິງ​ກົດຫຼື​ແນວທາງ​ທີ່​ວາງ​ໄວ້​ເພື່ອ​ປະຕິບັດ​ຕາມ.
​ເມື່ອ​ເຮົາ​ເອົາ “ຮີດ” ​ແລະ “ຄອງ” ມາ​ລວມ​ເຂົ້າກັນ ຈະ​ກາຍ​ເປັນ​ຄຳ​ວ່າ​
“ຮີດຄອງ” ທີ່​ມີ​ຄວາມ​ໝາຍວ່າ: “​ແນວທາງ​ການ​ປະ​ພຶດປະຕິບັດ​ທີ່​ສືບ​ທອດ​ກັນ​ມາ​ເປັນ​ເວລາ​ດົນ​ນານ”.
“ຮີດ​ສິບ​ສອງ​ຄອງ​ສິບ​ສີ່” ​ແມ່ນ​ແນວທາງ​ການ​ປະພຶດ​ປະຕິບັດ​​
ທີ່​ເຈົ້າຟ້າ​ງຸ່ມມະຫາລາດ ​ໄດ້​ກຳນົດ​ຂຶ້ນ ພາຍຫຼັງທີ່​ທ້ອນ​ໂຮມບັນດາ​ຫົວ​ເມືອງ​ລາວ​ເຂົ້າ​ເປັນ​ອານາຈັກ​ລ້ານ​ຊ້າງ​ເອກະ ​ພາບ.
ຈຸດປະສົງ​ກໍ​ແມ່ນ​ເພື່ອ​​ໃຫ້​ປະຊາ​ຊົນ​ທີ່​ເຊື່ອ​ຖື​ຜີ​ສາງ​ນາງ​​ໄມ້​ທີ່​ ງົມງວາຍ ​ໃຫ້​ມານັບຖື​ສາສະໜາ​ພຸດ ​ໂດຍ​ມີ​ແນວທາງປະຕິບັດຄື
 ຮີດ​ສິບ​ສອງ​ຄອງ​ສິບ​ສີ່​ແທນ.
ຮີດ​ສິບ​ສອງ
​ ໃນ​ແຕ່ລະ​ເດືອນ​ຂອງ​ປີ​ໜຶ່ງ ຈະ​ມີ​ການ​ເຮັດບຸນ​ປະ​ເພນີ​ຂອງ​ພຸດທະ​ສາສະ​ນິກະ​ຊົນ​ທີ່​ແຕກ​ຕ່າງ​ກັນ​ໄປ ​ເຊິ່ງສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ຮູ້​ບຸນຄຸນ​ຕໍ່​ສິ່ງ​ສັກສິດ ທີ່​ຊ່ວຍ​ໃຫ້​ຕົນ​ເອງ​ມີ​ຊີວິດການ​ເປັນ​ຢູ່​ທີ່​ດີ. ຮີດ​ສິບ​ສອງ​ປະກອບ​ມີ:
1. ​ເດືອນ​ຈຽງ (​ເດືອນ​ໜຶ່ງ) ບຸນ​ນິມົນ​ພະສົງ​ເຂົ້າກຳ
2. ​ເດືອນ​ຍີ່ (​ເດືອ​ນສອງ) ​ເຮັດບຸນ​ລານ​ເຂົ້າ ຫຼືບຸນຄຸນ​ເຂົ້າ, ບາງ​ທ້ອງ​ຖິ່ນ​ຍັງ​ເອີ້ນ​ວ່າ ບຸນ​ກອງ​ເຂົ້າກໍ​ມີ.
3. ​ເດືອນ​ສາມ ​ເຮັດບຸນ​ເຂົ້າຈີ່
4. ​ເດືອນ​ສີ່ ​ເຮັດບຸນ​ພະ​ເວດ
5. ​ເດືອນ​ຫ້າ ​ເຮັດບຸນ​ສົງ​ພະ ຫຼືບຸນປີ​ໃໝ່​ລາວ
6. ​ເດືອນ​ຫົກ ​ເຮັດບຸນ​ບັ້ງ​ໄຟ
7. ​ເດືອນ​ເຈັດ ​ເຮັດບຸນ​ບ້ານ ຫຼືບຸນ​ລ້ຽງ​ຜີ​ມະ​ເຫ​ສັກ​ຫຼັກ​ເມືອງ
8. ​ເດ​ືອນ​ແປ​ດ ບຸນ​ເຂົ້າພັນ​ສາ
9. ​ເດືອນ​ເກົ້າ ບຸນ​ຫໍ່​ເຂົ້າປະດັບ​ດິນ
10. ​ເດືອນສິບ ບຸນ​ຫໍ່​ເຂົ້າສະຫຼາກ
11. ​ເດືອນ​ສິບ​ເອັດ ບຸນ​ອອກ​ພັນ​ສາ
12. ​ເດືອນ​ສິບ​ສອງ ບຸນ​ທອດ​ກະຖິນ

ຄອງ​ສິບ​ສີ່
     ຄອງ​ສິບ​ສີ່​ໝາຍ​ເຖິງ​ຂໍ້​ກຳນົດ 14 ຂໍ້ ທີ່​ປະຊາຊົນ​ລາວ​ເຮົາ ​ຖື​ເປັນ​ທຳນຽມ​ປະຕິບັດ​ມາຕັ້ງ​ແຕ່​ດົນ​ນານ
​ແລະ​ໃນ​ປັດຈຸບັນ​ກໍ​ຍັງ​ເຊື່ອ​ຖື​ຢູ່ ​ແຕ່​ອາດ​ຈະ​ບໍ່​ເຂັ້ມງວດ ຫຼືບາງ​ຂໍ້​ ​ໃນ​ບາງ​ທ້ອງ​ຖິ່ນ​ກໍ​ປ່ອຍ​ວາງ​ໄປ​ແລ້ວ. ຄອງ​ສິບ​ສີ່​ມີ​ຄື:
1. ຢ່າ​ຢຽບ​ເງົາ​ຂອງ​ພະສົງ ຫຼືຜູ້​ມີ​ສິນ​ບໍລິສຸດ
2. ຢ່າ​ເອົາ​ອາຫານ​ເຫຼືອ ຫຼື​ເງື່ອນ ​ໄປ​ໃຫ້​ພະສົງ​ສັນ
3. ຢ່າ​ເສບ​ກາ​ມະ​ຄຸນ​ໃນ​ມື້​ວັນ​ສິນ, ວັນ​ເຂົ້າພັນ​ສາ, ວັນ​ມາຄະ​ບູຊາ, ວັນ​ວິສາຂະບູຊາ ​ແລ​ະວັນ​ກຸດ​ສົງການ​ຢ່າງ​ເດັດຂາດ.
4. ​ເມື່ອ​ພະສົງ​ກາຍ​ມາ​ໃຫ້​ນັ່ງລົງ, ນົບ​ມື​​​ໄຫວ້ ​​​ແລ້ວຈຶ່ງ​ຄ່ອຍ​ຍ່າງ​ກາຍ ຫຼືຈຶ່ງຄ່ອຍ​ລົມ​ນຳ​ເພິ່ນ.
5. ມື້​ພະສົງ​ເຂົ້າກຳ ​ໃຫ້ມີດ​ອກ​ໄມ້​ທູບ​ທຽນ ​ແລະ​​ເຄື່ອງ​ບໍລິຂານ​ໄປ​ທານ​ຮ່ວມ​ເພິ່ນ.
6. ກ່ອນ​ຈະ​ເຂົ້ານອນ​ໃຫ້​ອາບນ້ຳ ຫຼືລ້າງ​ຕີນ​ເສຍ​ກ່ອນ
7. ​ເມື່ອ​ເຖິງ​ວັນ​ສິນ​ດັບ​-ສິນ​ເພັງ ​ໃຫ້​ເຮັດບຸນ​ໃສ່​ບາດ ຫຼືນິມົນ​ພະສົງ​ມາ​ສູດ​ມຸງ​ຄຸນ​ເຮືອນ.
8. ​ເມື່ອ​ເຖິງ​ວັນ​ສິນ​ເພັງ​ໃຫ້​ແຕ່ງຂັນ​ດອກ​ໄມ້ ທູບ​ທຽນ ​ໄປ​ສົມ​ມາ​ຜົວ​ຂອງຕົນ
9. ​ເມື່ອ​ພະສົງ​ສາມະ​ເນນ​ມາ​ບິນທະບາດ ຢ່າ​ໃຫ້​ເພິ່ນ​ຄອຍ​ຖ້າ, ​ເວລາ​ປ່ອນ​ບາດ​ຢ່າ​ໃຫ້​ມື​ຊູນ​ບາດ ຫຼືຊູນ​ຖືກ​ພະສົງ​ສາມະ​ເນນ, ຍາມ​ປ່ອນ​ບາດ​ຢ່າ​ໃສ່​ໝວກ, ​ຢ່າ​ເອົາ​ຜ້າ​ປົກ​ຫົວ, ຢ່າ​ໃສ່​ເກີບ, ຢ່າ​ອຸ້ມ​​ເດັກນ້ອຍ, ຢ່າ​ຖື​ມີດ​ຖື​ພ້າ ຫຼືຢ່າ​ຖື​ອາວຸດ​ໃດໆ.
10. ​ເມື່ອ​ຮອດ​ວັນ​ສິນ 8 ຄ່ຳ, 14 ຫຼື 15 ຄ່ຳ ​ໃຫ້​ພາກັນ​ສົມ​ມາ​ກ້ອນ​ເສົ້າ, ​ແມ່ຂັ້ນ​​ໄດ ​ແລະ​ປະຕູ​ເຮືອນ.(ປັດຈຸບັນ ຢູ່​ຊົນນະບົດ​ບາງ​ບ່ອນ​ຍັງ​ປະຕິບັດ​ຢູ່).
11. ກ່ອນ​ຈະ​ຂຶ້ນ​ເຮືອນ​ໃຫ້​ລ້າງ​ຕີນ​ສາກ່ອນ.
12. ​ໃຫ້​ພາກັນ​ເຮັດ​ຮົ້ວອ້ອມ​ວັດ​ແລະ​ບ້ານ​ເຮືອນ​ຂອງ​ຕົນ​ໃຫ້​ດີ.
13. ​ເມື່ອ​ເຖິງ​ລະດູ​ການ​ເກັບ​ກ່ຽວ​ຜົນລະ​ປູກ ຢ່າ​ຟ້າວ​ກິນ​ກ່ອນ ​ໃຫ້​ເອົາ​ໄປ​​ເຮັດ​ບຸນ​ໃຫ້​ທານ​ແກ່​ຜູ​້ມີ​ສິນ​ກ່ອນ ​ແລ້ວ​ຈຶ່ງ​ຄ່ອຍ​ກິນ.(ຕົວຢ່າງ: ຍາມ​ເຂົ້າ​ໃໝ່ ກໍ​ເອົາ​ໄປ​ບູຊາ ຫຼື​ໃສ່​ບາດ​ກ່ອນ, ​ແລ້ວ​ຈຶ່ງ​ຄ່ອຍ​ກິນ).
14. ຢ່າ​ພາກັນ​ລັກ​ໂລບ​ຕາຊິງ, ຢ່າ​ພາກັນ​ຈ່າຍ​ເງິນ​ແດງ ​ແປງ​ເງິນ​ຄວ່າງ, ຢ່າ​ກ່າວ​ຄຳ​ຫຍາບຊ້າ​ ກ້າ​ແຂງ ຕໍ່​ກັນ​ແລະ​ກັນ.